ຜະລິດຕະພັນ & ບໍລິການ

<!-- ພັດທະນາເວບໄຊ -->

Web development service image

ເພີ່ມມູນຄ່າທຸລະກິດດ້ວຍ ເວບໄຊ

ເວບໄຊເປັນອີກໜຶ່ງຊ່ອງທາງໃຫ້ ຜູ້ທີ່ສົນໃຈເຂົ້າຫາທາງອິນເຕີເນັດ ເຮັດໃຫ້ທຸລະກິດເປັນທີ່ຮູ້ຈັກກວ້າງຂວາງຂຶ້ນ, ທຸລະກິດບາງຮູບແບບສາມາດດຳເນີນຜ່ານເວບໄຊເຊັ່ນ ຂາຍສິນຄ້າອອນໄລນ໌ ຂາຍບໍລິການຮູບແບບຕ່າງໆອອນໄລນ໌.

ເຮົາພັດທະນາເວບໄຊດ້ວຍເຕັກໂນໂລຊີທີ່ນິຍົມໃນປະຈຸບັນ ເປັນຄວາມເປັນ responsive ເຊິ່ງເປັນແນວຄິດການສ້າງເວບໄຊເພື່ອຮອງຮັບໜ້າຈໍຫຼາຍຂະໜາດເຊັ່ນ ຈໍມືຖື ຈໍຄອມ.

/* ພັດທະນາແອປມືຖື */

ກ້າວໄປອີກຂັ້ນດ້ວຍ ແອປມືຖື

ທຸລະກິດບາງຮູບແບບ ການເຂົ້າເຖິງທາງມືຖືຈະສ້າງໂອກາດໄດ້ຫຼາຍກວ່າ ເພາະວ່າມືຖືມີເປັນສິ່ງຕິດໂຕຜູ້ໃຊ້ຕະຫຼອດເວລາ ແລະ ມີຟັງຊັນອຳນວຍຄວາມສະດວກເຊັ່ນ ການແຈ້ງເຕືອນ, GPS ເປັນຕົ້ນ.

ຫາກທ່ານຄິດວ່າ ແອປມືຖື ເໝາະສົມກັບທຸລະກິດຂອງທ່ານ ເຮົາສາມາດ ພັດທະນາແອປຕາມທີ່ທ່ານຕ້ອງການ ທີ່ຮອງຮັບທັງລະບົບ Android ແລະ iOS.

Web development service image

# ຫັນປ່ຽນເປັນດິຈິຕອລ

Digital transformation service

ເພີ່ມປະສິດທິພາບວຽກດ້ວຍການນຳໃຊ້ ເຕັກໂນໂລຊີ

ແມ່ນການປ່ຽນການເຮັດວຽກແບບເກົ່າ ທີ່ບໍ່ມີການນຳໃຊ້ເຕັກໂນໂລຊີເປັນລະບົບວຽກ ເຊິ່ງມີການນຳໃຊ້ເຕັກໂນໂລຊີເຂົາມາຊ່ວຍ ເຮັດໃຫ້ວຽກມີປະສິດທິພາບ ມີລັກສະນະລວມສູນ ປະຫຍັດເວລາ ຕົ້ນທຶນ ແລະ ຊັບພະຍາກອນ.

ເຮົານຳໃຊ້ຫຼາຍເຄື່ອງມືໃນການພັດທະນາລະບົບ ເພື່ອຮອງຮັບຄວາມຕ້ອງການ ທຸລະກິດຫຼາຍຮູບແບບ.

// ຝຶກອົບຮົມໄອທີ

ຝຶກຝົນທັກສະ ແລະ ຄວາມຊຳນານ ກ່ອນເຮັດວຽກໂຕຈິງ

ບໍ່ວ່າທ່ານຕ້ອງການພັດທະນາທັກສະຂອງພະນັກງານໄອທີໃນອົງກອນທ່ານ ຫຼື ນ້ອງນັກສຶກສາຈົບໃໝ່ຕ້ອງການຝຶກຝົນຄວາມຊຳນານໃນສິ່ງທີ່ຮຽນມາກ່ອນຊອກວຽກ ທາງເຮົາມີບໍລິການຝຶກອົບຮົມສຳລັບນັກພັດທະນາຫຼາຍທັກສະ ທີ່ຈະຊ່ວຍໃຫ້ຜູ້ຝຶກມີຄວາມໝັ້ນໃຈພ້ອມໃນການເຮັດວຽກໂຕຈິງ.

ເຮົາມີຫຼາຍຫຼັກສູດເຊັ່ນ: ພັດທະນາເວບໄຊ, ພັດທະນາຊອຟແວ, ພັດທະນາແອປມືຖື ແລະ ອື່ນໆ ທີ່ສາມາດໃຊ້ເຮັດວຽກໂຕຈິງ ທີ່ຈະຊ່ວຍໃຫ້ຜູ້ຝຶກມີຄວາມຊຳນານແລະຄວາມໝັ້ນໃຈ ໃນການໃຊ້ຄວາມຮູ້ໃນວຽກໂຕຈິງ.

Web development service image